ຄໍາຂັວນຂອງແຂວງອຸດົມໄຊ: ແຂວງອຸດົມໄຊ ທ່ຽວອຸດົມໄຊ ໄປຊົມທຳມະຊາດ ນໍ້າຕົກຕາດຫົວນ້ຳກັດ ຊົມວັດທະນະທຳຊົນເຜົ່າ ໄຫ້ວພະເຈົ້າສິງຄຳ ດື່ມນ້ຳຊາພັນປີ ຂີ່ເຮືອທ່ອງທ່ຽວ ຊົມທຳມະຊາດແຄມຂອງ.
ແຂວງອຸດົມໄຊ: ເປັນແຂວງໃຈກາງທາງພາກເໜືອ ຂອງ ສປປ ລາວ, ເປັນແຂວງຕັ້ງໃໝ່ ໃນສະໄໝສົງຄາມ. ມີເນື້ອທີ່ 15.370 ກມ2, ມີປະຊາກອນ 264.830 ກວ່າຄົນ, ຍິງ: 132.328 ກວ່າຄົນ, ຄວາມໜາແໜ້ນຂອງປະຊາກອນ ແມ່ນ 17 ຄົນ/ກມ2 (ສະຖິຕິປີ 2005). ແຂວງອຸດົມໄຊ ແບ່ງອອກເປັນ 7 ເມືອງຄື: ເມືອງໄຊ, ເມືອງຫຼາ, ເມືອງໝໍ້, ເມືອງງາ, ເມືອງແບ່ງ, ເມືອງຮຸນ ແລະ ເມືອງປາກແບ່ງ. ມີ 587 ບ້ານ. ທີ່ວ່າການແຂວງຄື ເມືອງໄຊ. ແຂວງ ອຸດົມໄຊ ປະກອບດ້ວຍ ຫຼາຍຊົນເຜົ່າຄື: ເຜົ່າລາວ, ລື້, ໄທດຳ, ໄທແດງ, ຍວນ, ກໍ່, ຮາຕິງ, ປິດ, ແລນ ແຕນ, ມົ້ງ ລາຍ, ມົ້ງຂາວ, ກຶມມຸຮອກ, ກຶມມຸອູ. ມີປະຊາຊົນບາງເຜົ່າ ຍັງປາກເວົ້າ ແລະ ນຸ່ງຖືຕາມປະເພນີ ຂອງ ເຜົ່າຕົນ.
ທີ່ຕັ້ງ:
ທິດເໜືອຕິດກັບ ແຂວງຜົ້ງສາລີ ແລະ ສ.ປ ຈີນ
ທິດໃຕ້ຕິດກັບ ແຂວງໄຊຍະບູລີ
ທິດຕາເວັນອອກຕິດກັບ ແຂວງຫຼວງພະບາງ
ທິດຕາເວັນຕົກຕິດກັບ ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ
ແຂວງ ອຸດົມໄຊ ປະກອບມີ 07 ເມືອງ ຄື:
01 ເມືອງໄຊ (Xai)
02 ເມືອງຫລາ (La)
03 ເມືອງນາໝໍ້ (Namo)
04 ເມືອງງາ (Nga)
05 ເມືອງແບ່ງ (Beng)
06 ເມືອງຮຸນ (Houn)
07 ເມືອງປາກແບ່ງ (Pakbeng)
ບຸນປະເພນີທີ່ສຳຄັນໄດ້ແກ່: ບຸນປີໃໝ່, ບຸນກິນຈຽງ, ບຸນຂຶ້ນເຮືອນໃໝ່ ແລະ ການເຢົາຢາ ພາຍໃນຄອບຄົວ. ຍ້ອນພື້ນທີ່ສ່ວນໃຫຍ່ ເປັນພູຜາ, ພູມອາກາດທົ່ວໄປ ຈິ່ງເຢັນ ແລະ ຊຸມຊື່ນ. ປະຊາຊົນ ທຳການຜະລິດດ້ວຍການເຮັດນາ ແລະ ເຮັດໄຮ່ຕາມເປີ້ນພູ.
No comments:
Post a Comment