ແຫຼ່ງທ່ອງທ່ຽວ

Provinces
ເລືອກຈໍານວນແຖວສະແດງ:
3. ຖ້ຳຈອມອອງ ບ້ານຈອມອອງ ເມືອງໄຊ. (ອຸດົມໄຊ)

ຖ້ຳຈອມອອງ ຕັ້ງຢູ່ບ້ານຈອມອອງ ເມືອງໄຊ ຫ່າງຈາກເທດສະບານເມືອງໄຊ 45 ກິໂລ ແມັດ (ເປັນເສັ້ນທາງດິນແດງ). ຖ້ຳຈອມອອງ ຕັ້ງຢູ່ຫ່າງຈາກບ້ານຈອມອອງ ປະ ມານ 3 ກິໂລແມັດ, ເປັນເສັ້ນທາງຍ່າງ (ລົດບໍ່ສາມາດເຂົ້າເຖິງໄດ້). ທ່າແຮງໃນການພັດທະນາການທ່ອງ ທ່ຽວຂອງແຂວງ ແມ່ນເປັນຖ້ຳໃຫຍ່, ຍາວ ແລະ ສວຍງາມທີ່ ສຸດຂອງແຂວງອຸດົມໄຊ ເຊິ່ງປະກອບດ້ວຍສີສັນຕ່າງໆ ແບບທຳມະຊາດທີ່ອັດສະຈັນ, ມີຫຼາຍຮູເຂົ້າ-ອອກ ເຊິ່ງມີຄວາມຍາວທັງໝົດປະມານ 16 ກວ່າກິໂລ ແມັດ, ຄວາມ ກວ້າງຂອງຖ້ຳ ປະມານ 15-50 ແມັດ ແລະ ຄວາມສູງປະມານ 25-100 ແມັດ.

2. ເຜົ່າອາຄາ ບ້ານອາໂນ ເມືອງຫຼາ. (ອຸດົມໄຊ)

ບ້ານອາໂນ ເປັນບ້ານເຜົ່າອາຄາ ຕັ້ງຢູ່ທາງທິດຕາເວັນອອກຂອງເມືອງຫຼາ, ຫ່າງຈາກເມືອງຫຼາ ປະມານ 32,5 ກິໂລແມັດ (ເສັ້ນທາງເຂົ້າຫາບ້ານສາມາດທຽວໄດ້ 2 ລະດູເປັນທາງດິນແດງອັດແໜ້ນບາງບ່ອນມີຄວາມຫຍຸ້ງຍາກໃນໄລຍະລະດູຝົນ).

1. ນ້ຳຕົກຕາດນ້ຳແຮງ ເມືອງຮຸນ. (ອຸດົມໄຊ)

ນ້ຳຕົກຕາດນ້ຳແຮງ ບ້ານກະຕາງຢາ ຕັ້ງຢູ່ຫ່າງຈາກເທດສະບານເມືອງຮຸນ ປະມານ 24 ກິໂລແມັດ. ເປັນເສັ້ນທາງປູຢາງ 4 ກິໂລແມັດ, ຈາກນັ້ນ ເຂົ້າເປັນເສັ້ນທາງຍົກ ລະດັບປູຫີນແຮ່ ແລະ ດິນແດງທຽວໄດ້ໃນລະດູແລ້ງເທົ່ານັ້ນ.

4. ຕາດນ້ຳກັດ ບ້ານແຟນ ເມືອງໄຊ. (ອຸດົມໃຊ)

ຕາດນ້ຳກັດ ຕັ້ງຢູ່ບ້ານແຟນ, ເມືອງໄຊ, ແຂວງອຸດົມໄຊ ຫ່າງຈາກເທດສະບານເມືອງໄຊ 24 ກິໂລ ແມັດ.

8. ຕາດຫຼັກ 11 ບ້ານນາງີ້ວ ເມືອງໄຊ. (ອຸດົມໄຊ)

​ຕາດຫຼັກ 11 ຕັ້ງຢູ່ບ້ານນາງິ້ວ, ເມືອງໄຊ, ແຂວງອຸດົມໄຊ. ຫ່າງຈາກເທດສະບານເມືອງ ໄປທາງທິດໃຕ້ ທາງເລກທີ 13 ເໜືອ 11 ກິໂລແມັດ. ເປັນ ຕາດຂະໜາດນ້ອຍ. ປະຈຸບັນ ຊາວບ້ານຄອບຄົວໜຶ່ງ ເປັນຜູ້ຄຸ້ມຄອງບໍລິການ ບໍ່ມີປະຫວັດຄວາມເປັນມາ ເອີ້ນຕາມກິໂລແມັດທີ 11 ຍ້ອນຕັ້ງຢູ່ກິໂລແມັດທີ 11.

10. ວັດພະເຈົ້າສິງຄຳ ບ້ານດອນ ເມືອງຫຼາ. (ແຂວງອຸດົມໄຊ)

ວັດພະເຈົ້າສິງຄຳ ຕັ້ງຢູ່ໃຈກາງ ເທດສະບານເມືອງຫຼາ, ມີທ່າແຮງ ໃນການພັດທະນາ ໃຫ້ເປັນແຫຼ່ງທ່ອງທ່ຽວ. ເປັນວັດທີ່ເກົ່າແກ່, ມີປະຫວັດຄວາມເປັນມາ ອັນຍາວນານ ແລະ ເປັນວັດທີ່ມີ ພະເຈົ້າສັກສິດແຫ່ງໜຶ່ງ ທີ່ມີຊາວພຸດ ແລະ ສາສະນິກະຊົນທົ່ວໄປ ໄດ້ເຂົ້າໄປກາບໄຫ້ວພະເຈົ້າສິງຄຳ ເປັນຈຳນວນຫຼວງຫຼາຍ ເພື່ອຂໍພອນຕ່າງໆ ຕາມໃຈປະສົງ ຂອງແຕ່ລະຄົນ ບໍ່ໄດ້ຂາດໃນແຕ່ລະວັນ.

7. ຕາດນ້ຳແຈ ບ້ານທ່າມື່ນ ເມືອງແບງ. (ອຸດົມໃຊ)

ນ້ຳຕົກຕາດນ້ຳແຈ ບ້ານທ່າມື່ນ ຕັ້ງຢູ່ທາງ ທິດຕາເວັນອອກ ຂອງບ້ານທ່າມື່ນ, ເມືອງແບງ, ແຂວງອຸດົມໄຊ. ສະພາບເສັ້ນທາງການ ເຂົ້າເຖິງ ແມ່ນຍັງມີຄວາມຫຍຸ້ງ ຍາກ ຍັງເປັນເສັ້ນທາງທະລຸ ເຂົ້າໄປຫາຕາດປະມານ 4 ກິໂລແມັດ ເປັນເສັ້ນທາງ ທີ່ຍັງບໍ່ໄດ້ຍົກລະດັບ. ທ່າແຮງ ແລະ ສິ່ງດຶງດູດ ນັກທ່ອງທ່ຽວ ແມ່ນນ້ຳຕົກຕາດ ແລະ ຢູ່ບໍລິເວນຕາດ ປົກຫຸ້ມດ້ວຍປ່າໄມ້ດົກໜາ.

6. ຕົ້ນໄມ້ລຳທຽນ (ໜອງຫຼົ່ມ) ບ້ານຈອມແລງ. (ອຸດົມໄຊ)

ປ່າໄມ້ລຳທຽນແຫ່ງນີ້ ຕັ້ງຢູ່ບ້ານຈອມແລງ, ຫ່າງຈາກເທດສະບານເມືອງຮຸນ ປະມານ 23 ກິໂລແມັດ, ສະພາບເສັ້ນທາງເຂົ້າເຖິງເປັນເສັ້ນທາງດິນ ແດງຍົກລະດັບ,ທຽວ ໄດ້ລະດູດຽວ. ທ່າແຮງ ແລະ ລັກສະນະຂອງຕົ້ນໄມ້ສູງຍາວ ບໍ່ມີງ່າຄືກັບລຳທຽນ ເກີດຂຶ້ນໂດຍທຳມະຊາດ ຊຶ່ງກວມເອົາຫຼາຍເຮັກຕາ ເໝາະສົມໃນການພັດທະ ນາເປັນສະ ຖານທີ່ບໍລິການ, ສະຖານທີ່ທ່ອງທ່ຽວທີ່ຫາຊົມໄດ້ຍາກ ເຊິ່ງເວົ້າໄດ້ວ່າມີແຕ່ແຫ່ງດຽວແຫ່ງນີ້ ຢູ່ໃນໂລກທີ່ມີຕົ້ນໄມ້ທີ່ອັດສະຈັນເກີດຂຶ້ນໃນລັກສະນະນີ້.

5. ອ່າງນ້ຳຫີນບ້ານຫ້ວຍອຸ່ນ ເມືອງໄຊ. (ອຸດົມໃຊ)

ອ່າງນ້ຳຫີນ ຕັ້ງຢູ່ບ້ານຫ້ວຍອຸ່ນ ເມືອງໄຊ ແຂວງອຸດົມໄຊ ຫ່າງຈາກເທດສະບານເມືອງໄຊ ປະມານ 8 ກິໂລແມັດ, ອ່າງນີ້ປະກອບ ມີຫຼາຍຫ້ວຍ ທີ່ໄຫຼມາໂຮມເຂົ້າກັນ.

13.ຖ້ຳພະເຈົ້າຄຳຕັນ ເມືອງປາກແບງ. (ອຸດົມໄຊ)

ຖ້ຳພະເຈົ້າຄຳຕັນ ບ້ານປາກເງີຍ, ຕັ້ງຢູ່ຫ່າງຈາກເທດສະບານ ເມືອງປາກແບງ ປະມານ 16 ກິໂລແມັດ. ເສັ້ນທາງເຂົ້າເຖິງ ແມ່ນສາມາດເຂົ້າເຖິງໄດ້ 2 ເສັ້ນທາງຄື:ທາງ ລົດຈາກເມືອງປາກແບງ ຫາບ້ານປາກເງີຍ ປະມານ 12 ກິໂລແມັດ, ຂີ່ເຮືອຈາກ ບ້ານປາກເງີຍ ຂຶ້ນໄປຫາຖ້ຳ ປະມານ 20 ນາທີ. ເປັນຖ້ຳນ້ອຍ ມີຄວາມຍາວປະມານ 30 ແມັດ, ກວ້າງປະມານ 2-15 ແມັດ ແລະ ສູງປະມານ 5-10 ແມັດ.

12. ບ້ານເຜົາອາຄາ ບ້ານພູແທນ ເມືອງຫຼາ. (ອຸດົມໄຊ)

​ບ້ານພູແທນ ເປັນບ້ານຂອງ ຊົນເຜົ່າອາຄາ ປະສົມເຜົ່າກຶມມຸອູ. ຕັ້ງຢູ່ຫ່າງຈາກເທດສະບານ ເມືອງຫຼາ ປະມານ 19 ກິໂລແມັດ. ສະພາບເສັ້ນທາງເຂົ້າເຖິງບ້ານ ເປັນເສັ້ນ ທາງດິນແດງ, ທຽວໄດ້ລະດູດຽວ ຄືໃນຍາມແລ້ງ, ເປັນທາງປູຢາງຈາກເມືອງຫຼາ ໄປຫາທາງແຍກບ້ານຫຼັກ 37 (ຈາກແຂວງຫາເມືອງຫຼາ) ມີທາງແຍກຂຶ້ນໄປຫາບ້ານແຕ່ ເປັນເສັ້ນທາງດິນແດງ ປະມານ 12 ກິໂລແມັດ. ທ່າແຮງຂອງບ້ານ ແມ່ນເໝາະກັບການ ທ່ຽວຊົມທຳມະຊາດທີ່ສວຍງາມ, ວັດທະນະທຳເຜົ່າອາຄາ ປະສົມເຜົ່າກຶມມຸ, ວິຖີຊີວິດ ແບບພື້ນເມືອງ ແລະ ຮີດຄອງປະເພນີແບບດັ່ງເດີມ.

11. ບ້ານເຜົ່າລື້ບ້ານຍໍ້ເມືອງແບງ. (ອຸດົມໄຊ)

ບ້ານຍໍ້ ຕັ້ງຢູ່ຫ່າງຈາກເທດສະບານ ເມືອງແບງ ປະມານ 7 ກິໂລແມັດ, ເປັນບ້ານຊົນເຜົ່າລື້ ໄດ້ປະກາດເປັນ ບ້ານວັດທະນະທຳແລ້ວ. ສະພາບການເຂົ້າເຖິງບ້ານ ແມ່ນສາ ມາດທ່ຽວໄດ້ຕະຫຼອດປີ.

9. ທາດໄຊມຸງຄຸນລັດຕະນະມິ່ງເມືອງ. (ອຸດົມໃຊ)

ພະທາດໄຊມຸງຄຸນລັດຕະນະມິ່ງເມືອງ ຕັ້ງຢູ່ບ້ານນາຫວານນ້ອຍ (ຈຸດໃຈກາງເທດສະບານແຂວງ). ພະທາດນີ້ ມີຄວາມສູງ 18 ແມັດ, ກວ້າງ 18 ຄູນ 18 ແມັດ,ເປັນພະ ທາດທີ່ສວຍງາມ ແລະ ເປັນທີ່ສັກກະລະບູຊາຂອງຊາວພຸດ ໂດຍສະເພາະແມ່ນຊາວແຂວງອຸດົມໄຊ ແລະ ສາສະນິກະຊົນທົ່ວໄປ ເຂົ້າມາທ່ຽວກາບໄຫວ້ ແລະ ຊົມທິວທັດ ແລະ ສຳພັດບັນຍາກາດຕົວເມືອງໄຊ ແລະ ກາບໄຫວ້ສັກກາລະບູຊາ.

15. ຖ້ຳມົກແຝກ ບ້ານນາຖົ່ວ ເມືອງນາໝໍ້. (ອຸດົມໄຊ)

​ຖ້ຳມົກແຝກ ຕັ້ງຢູ່ບ້ານນາຖົ່ວ, ເມືອງນາໝໍ້, ຫ່າງຈາກເທດສະບານເມືອງນາໝໍ້ ປະມານ 16 ກິໂລແມັດ. ເປັນເສັ້ນທາງດິນແດງ, ທ່າແຮງຂອງຖ້ຳນີ້ເປັນຖ້ຳ ແຫ່ງໜຶ່ງທີ່ມີ ຄວາມກວ້າງໃຫຍ່, ຍາວ ແລະ ມີຄວາມສວຍງາມອີກແຫ່ງໜຶ່ງຂອງເມືອງນາໝໍ້ກໍຄືແຂວງອຸດົມໄຊ.

14. ປ່າຊາພັນປີ ບ້ານມົກແຄະ ເມືອງປາກແບງ. (ອຸດົມໄຊ)

ປ່າຊາພັນປີ ຕັ້ງຢູ່ບໍລິເວນ ບ້ານມົກແຄະ,ເມືອງປາກແບງ, ຕັ້ງຢູ່ຫ່າງຈາກເທດສະບານ ເມືອງປາກແບງ ໄປທາງທິດຕາເວັນຕົກ ປະມານ 35 ກິໂລແມັດ. ສະພາບເສັ້ນທາງ ເຂົ້າເຖິງ ເປັນທາງດິນແດງ ປະມານ 25 ກິໂລແມັດ. ທ່າແຮງຂອງປ່າຊາ ແມ່ນສາມາດຜະລິດ ເປັນສິນຄ້າດ້ວຍການແປຮູບຕ່າງໆ ມາວາງສະແດງຢູ່ ຕາມໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ.

16. ບ້ານເຜົ່າໄທຂາວ ບ້ານສາມກາງ ເມືອງແບງ. (ອຸດົມໄຊ)

ບ້ານສາມກາງ ເປັນບ້ານຂອງ ຊົນເຜົ່າໄຕຂາວ ຕັ້ງຢູ່ຫ່າງຈາກ ເທດສະບານ ເມືອງແບງ ປະມານ 13 ກິໂລແມັດ. ສະພາບເສັ້ນທາງ ທຽວໄດ້ທຸກລະດູ (ຕິດກັບເສັ້ນທາງເລກ 2 W), ນັບຖືຜີ ແລະ ອາຊີບຕົ້ນຕໍແມ່ນເຮັດນາ ແລະ ປູກສາລີ. ທ່າແຮງຂອງບ້ານ ແມ່ນການຜະລິດເຄື່ອງແຜ່ນແພ, ວິຖີແບບດັ່ງເດີມຂອງ ຊົນເຜົ່າທີ່ຍັງມີເອກະລັກສະ ເພາະຖິ່ນ. ໃນໄລຍະຜ່ານມາ ເຄີຍມີນັກທ່ອງທ່ຽວໄດ້ມາທ່ຽວຊົມ ແລະ ຊື້ຜະລິດຕະພັນຂອງຊາວບ້ານມາແລ້ວ.

18. ນ້ຳລອດພູ ບ້ານນາທົ່ງ ເມືອງນາໝໍ້. (ອຸດົມໄຊ)

ນ້ຳລອດພູແຫ່ງນີ້ ຕັ້ງຢູ່ບ້ານນາທົ່ງ ຢູ່ຫ່າງຈາກເທດສະບານເມືອງນາໝໍ້ ປະມານ 8 ກິໂລ ແມັດ, ສະພາບເສັ້ນທາງເຂົ້າເຖິງນ້ຳອອກຮູ ຈາກທາງເລກ 13 ເໜືອເຂົ້າໄປປະ ມານ 1 ກິໂລແມັດ ເປັນເສັ້ນທາງດິນແດງ. ລັກສະ ນະຂອງນ້ຳອອກຮູ ແມ່ນໄຫຼອອກຈາກໜ່ວຍພູທີ່ໃຫຍ່ ແລະ ຍາວຫຼາຍກິໂລແມັດ ເຊິ່ງພວກເຮົາບໍ່ສາມາດ ເຂົ້າໄປສຳ ຫຼວດຈົນສຸດໄດ້ ຍ້ອນສະພາບທຸລະກັນດານ ແລະ ມີຄວາມສ່ຽງສູງ.

17. ນ້ຳຕົກຕາດຈົງ ບ້ານຕົງປຼາງ ເມືອງໄຊ. (ອຸດົມໄຊ)

ຕາດຈົງ ຕັ້ງຢູ່ຫ້ວຍນ້ຳແປ, ບ້ານຕົງປລາງ, ເມືອງໄຊ ເຊິ່ງຕັ້ງຢູ່ຫ່າງຈາກເທດສະບານເມືອງໄຊ ປະມານ 50 ກິໂລແມັດ, ຫ່າງຈາກຈຸດສຸມນ້ຳແຮງ ໄປຫາບ້ານຕົງປຼາງ ປະ ມານ 9 ກິໂລແມັດ ແລະ ຈາກບ້ານຕົງປຼາງ ໄປຫາຕາດຈົງ ປະມານ 7 ກິໂລແມັດ. ສະພາບເສັ້ນທາງເຂົ້າເຖິງຈາກບ້ານ ໄປຫາຈຸດຕັ້ງແຄ້ມຂອງຊາວບ້ານ (ຫ້ວຍວີ) ແມ່ນ ຊາວບ້ານໄດ້ໃຊ້ແຮງງານຂຸດເອງ ເປັນທາງລົດແທັກເຕີພໍໄປໄດ້ ປະມານ 4 ກິໂລແມັດ.

20. ບ້ານເຜົ່າກຶມມຸບ້ານໂຮມໄຊ ເມືອງໄຊ. (ອຸດົມໄຊ)

​ບ້ານໂຮມໄຊ ເປັນບ້ານຊົນເຜົ່າກຶມມຸ, ຕັ້ງຢູ່ຫ່າງຈາກເທດສະບານເມືອງໄຊ ທາງໄປແຂວງຫຼວງນ້ຳທາ 7 ກິໂລແມັດ. ລົດສາມາດເຂົ້າເຖິງໄດ້ທັງລົດ ຈັກ ແລະ ລົດໃຫຍ່. ທ່າແຮງ ແລະ ສິ່ງໂດດເດັ່ນ ຊາວບ້ານຍັງຮັກສາວັດທະນະທຳ, ຮີດຄອງປະເພນີ, ວິຖີຊີວິດແບບດັ່ງເດີມເຊັ່ນ: ແບບແຜນການດຳລົງຊີວິດ, ການທຳມາຫາກິນ, ການນຸ່ງຖື, ການຂັບລຳ, ການຫຼິ້ນບຸນປະເພນີຂອງເຜົ່າກຶມມຸ ແລະ ອື່ນໆ.

19. ຖ້ຳຫ້ວຍກູດ ບ້ານຫ້ວຍສະຫຼາກເມືອງງາ. (ອຸດົມໄຊ)

ຖ້ຳຫ້ວຍກູດ ຕັ້ງຢູ່ບ້ານຫ້ວຍສະຫຼາກ, ເມືອງງາ. ຫ່າງຈາກເທດສະບານເມືອງງາ ປະມານ 42 ກິໂລແມັດ, ຫ່າງຈາກບ້ານ ປະມານ 5 ກິໂລແມັດ. ສະພາບການເຂົ້າເຖິງ ເປັນເສັ້ນທາງດິນແດງ, ລັກສະນະ ແລະ ທ່າແຮງຂອງຖ້ຳດັ່ງກ່າວ ມີຄວາມກ້ວາງປະມານ 3-5 ແມັດ, ຍາວປະມານ 200 ແມັດ, ມີຄວາມສວຍງາມ, ດ້ານານນອກມີພູຜາ ຕັ້ງຢູ່ອ້ອມຮອບ, ມີປ່າໄມ້ທີ່ຕຶບໜາ ເໝາະແກ່ການໄປພັກຜ່ອນ, ກິນເຂົ້າປ່າ, ສຳຜັດບັນຍາກາດເຢັນສົດຊື່ນ.

No comments:

Post a Comment

https://goo.gl/forms/hUiNY4QlMDtSk8sg1